ພິມ ພິມ

ຊູບເຫັດ

0

ເຄື່ອງປະກອບ

ຊູບເຫັດ

ຊູບເຫັດ

  1. ເຫັດສົດ ຫລື ເຫັດກະປ໋ອງ 1/4 ຖ້ວຍນ້ອຍ
  2. ນຳຕົ້ມກະດູກ 2 ຖ້ວຍນ້ອຍ
  3. ແປ້ງສາລີ 3 ບ່ວງແກງ
  4. ເກືອ 1/2 ບ່ວງຊາ
  5. ພິກໄທ 1/4 ບ່ວງຊາ
  6. ນົມສົດ 3 ບ່ວງແກງ
  7. ໃບຟີລິບ 2 ໃບ

ວິທີປຸງ ຊູບເຫັດ

ກອຍແປ້ງສາລີໃສ່ນຳ້ຕົ້ມກະດູກປະໄວ້ ຫລື ຈະຂົ້ວ, ແປ້ງຜົງໃສ່ເບີເສຍກ່ອນກໍ່ໄດ້, ເຫັດຊອຍຝັກໃຫ້ ລະອຽດປະໄວ້ ຖ້າແມ່ນເຫັດກະປ໋ອງເຈາະເອົານ້ຳອອກ ແລະ ນຳມາຝັກຄືກັນ.

ເຫັດຂົ້ວໃສ່ເບີ້ 1 ບ່ວງແກງພໍຫອມ ຕັກອອກ ເອົາແປ້ງທີ່ຂົ້ວໄວ້ນັ້ນມາຕົ້ມໃສ່ກັບນຳ້ຕົ້ມກະດູກໝູ ໃສ່ເຫັດທີ່ຂົ້ວອີກເທື່ອໜຶ່ງ ປຸງດ້ວຍເກືອ, ພິກໄທ, ນົມສົດ ປົງລົງຕັກໃສ່ຖ້ວຍຊຸບທີ່ມີຈານຮອງ ເສີບກັບເຂົ້າໜົມ ປັງ ຫລື ເຂົ້າຈີ່.

ແຊຣ.