ພິມ ພິມ

ຊຸບເຟ່ລ ໂອ ໂຟຣມາເຊີ

0

ເຄື່ອງປະກອບ

ເນີຍແຂງ ເອມັນຕ່ານ (emmental) : 150 g

ຊຸບເຟ່ລ ໂອ ໂຟຣມາເຊີ

ຊຸບເຟ່ລ ໂອ ໂຟຣມາເຊີ

ໄຂ່ໄກ່ : 3 ໜ່ວຍ (ແຍກໄຂ່ເຫຼືອງ ແລະ ໄຂ່ຂາວ)

ນົມຈືດ : 25 cl

ເນີຍຈີດ (ເບີ) : 20 g

ແປ້ງສາລີ : 1,5 ບ່ວງແກງ

ເກືອ, ພິກໄທ ແລະ ຜົງມຸດສ໌ກາດ (muscade)

ການກະກຽມ ຊຸບເຟ່ລ ໂອ ໂຟຣມາເຊີ

ອຸ່ນເຕົາອົບປັບຄວາມຮ້ອນໃສ່ 180 ອົງສາ ຕີແປ້ງສາລີໃສ່ນົມກຽມໄວ້ ຄ້າງໝໍ້ເອົາເບີໃສ່ປະໃຫ້ເປື່ອຍ ເທນົມທີ່ປະສົມກັບແປ້ງລົງໄປ ຄົນຈົນຟົດແລ້ວໃສ່ເນີຍແຂງ (ທີ່ຂູດເປັນເສັ້ນ) ປິດໄຟແລ້ວຕື່ມໄຂ່ເຫຼືອງຄົນໃຫ້ເຂົ້າກັນ ປຸງລົດດ້ວຍ ຜົງມຸດສ໌ກາດຈັກສອງຢິບ, ພິກໄທ ແລະ ເກືອ ໜ້ອຍໜຶ່ງ.

ຕີໄຂ່ຂາວໃສ່ຖ້ວຍຕ່າງຫາກ ຈົນໃຫ້ເປັນຟອງຂາວຄືສະໂນ ແລ້ວຕື່ມເກືອຢິບໜຶ່ງ ຫຼັງຈາກນັ້ນ ຖອກໃສ່ໝໍ້ເຄື່ອງປະສົມ

ທີ່ກຽມໄວ້ກ່ອນໜ້ານີ້ ຄົນໃຫ້ເຂົ້າກັນແລ້ວເທໃສ່ຖ້ວຍນ້ອຍສີ່ໃບ (ຖ້ວຍໃຊ້ອົບ) ເອົາເຂົ້າເຕົາໃຊ້ເວລາອົບ 20 ນາທີ.

ແຊຣ.