ພິມ ພິມ

ຈືນໄກ່ເກັດເຂົ້າໜົມປັງ

0

ເຄື່ອງປະກອບ

ຈືນໄກ່ໃສ່ເກັດເຂົ້າໜົມປັງ

ຈືນໄກ່ໃສ່ເກັດເຂົ້າໜົມປັງ

  1. ໄກ່ 1 ໂຕ
  2. ຜັກທຽມ3 ຫົວ
  3. ພິກໄທ 1 ບ່ວງຊາ
  4. ແປ້ງສາລີ1.5 ຖວ້ຍນອ້ຍ
  5. ເກັດເຂົ້າໜົມປັງ 3 ຖວ້ຍນອ້ຍ
  6. ສະອີວ 3 ບ່ວງແກງ
  7. ເກືອ 1 ບ່ວງຊາ
  8. ນຳ້ຕານ 1 ບ່ວງແກງ
  9. ໄຂ່ໄກ່ 2 ໜ່ວຍ
  10. ນຳ້ມັນພຶດ 1 ລິດ

ການກະກຽມ

ໄກ່ຂັວນລ້າງໃຫ້ສະອາດ ຕັດຕີນ ແລະ ຫົວອອກ, ຕັດເປັນຕອນຂະໜາດນ້ອຍປະມານ 2 ນີ້ວມື, ຜັກທຽມຕຳໃຫ້ແລ່ກເອົາໄກ່ເອືອບໃສ່ທີ່ຕຽມໄວ້ນັ້ນໃສ່ ພີກໄທ, ສະອີ້ວ, ນຳ້ຕານ, ເກືອ, ເອືອບໄວ້ປະມານ 1 ຊົ່ງໂມງ, ເວລາຈະຈືດໄກ່ຈຸມແປ້ງແລ້ວນຳມາຈຸມ່ໄຂ່ ແລະ ເອືອບເກັດເຂົ້າໜົມປັງ.

ວິທີປຸງ ຈືນໄກ່ໃສ່ເກັດເຂົ້າໜົມປັງ

ເອົານຳ້ມັນໃສ່ໝໍ້ຂາງໄຟໃຫ້ຮ້ອນແລ້ວຜອ່ນໄຟລົງໃຫ້ໄດ້ຂະໜາດກາງເອົາໄກ່ລົງຈຶດໃຫ້ສຸກເຫຼືອງກອບ. ຕັກຂື້ນໃຫ້ສະເດັດນຳ້ມັນຮັບປະທານຮ້ອນໆພ້ອມດວ້ຍຊອດໝາກເລັ່ນ.

ແຊຣ.