- kinzapzap - http://www.kinzapzap.com -

ຈືນມັນປາກາຍ

ເຄື່ອງປະກອບ

ຊີ້ນປາຕອງ: 1/2 ກິໂລ

ໄຂ່ໄກ່: 1 ໜ່ວຍ

ພິກແກງເຜັດ: 1 ບ່ວງແກງ

ໝາກຖົວຍາວ: 1/2 ຖ້ວຍ

ໃບຂີ້ຫູດ: 3 ບ່ວງແກງ

ເກືອ: 1/2 ບ່ວງແກງ

ນຳ້ຕານ: 1 ບ່ວງຊາ

ນຳ້ມັນ: 1/2 ລິດ

ໝາກເລັ່ນ, ຜັກບົ່ວ, ຜັກສະລັດສຳລັບຕົບແຕ່ງຈານ

ຈືນມັນປາກາຍ

ຈືນມັນປາກາຍ

ວິທີປຸງ ຈືນມັນປາກາຍ

ໝາກຖົ່ວຍາວລ້າງນຳ້ໃຫ້ສະອາດ ຊອຍເປັນຕ່ອນບາງໆ, ໃບຂີ້ຫູດລ້າງນຳ້ໃຫ້ສະອາດຊອຍເປັນເສັ້ນນ້ອຍໆ, ຊີ້ນປານຳມາຕຳໃຫ້ໜຽວ.

ນວດສ່ວນປະສົມຕ່າງໆໃຫ້ເຂົ້າກັນແລະໃຫ້ໜຽວນຳຊີ້ນທີປະສົມແລ້ວມາປັ້ນເປັນນ້ອຍຂະໜາດ 2 ບ່ວງແກງ ແລ້ວນຳບ່ວງມາກົດໃຫ້ແປແລ້ວເອົາໄປຈືນໃຫ້ເຫຼືອງແລ້ວຕັກຂື້ນໃຫ້ສະເດັດນຳມັນ.