- kinzapzap - http://www.kinzapzap.com -

ຈືນປາແຜ່ນ

ຈືນປາແຜ່ນ

ຈືນປາແຜ່ນ

ເຄື່ອງປະກອບ

ວິທີເຮັດ ຈືນປາແຜ່ນ

  1. ໃຊ້ແໜບດືງກ້າງປາອອກ ແລ້ວຕັດເປັນຕ່ອນ ບົດປະສົມກັບເຄື່ອງແກງ, ໃບຂີ້ຫູດ, ຜັກບົ່ວ, ນຳ້ປາ ແລະ ນຳ້ໝາກນາວ. ບົດບໍ່ໃຫ້ມຸ່ນຫຼາຍ. ເອົາເຄື່ອງປະສົມທີ່ບົດຄັ້ນໃສ່ ຫອມປ້ອມ, ໝາກຖົ່ວ ແລະ ໝາກເຜັດ.
  2. ປັ້ນເປັນກ້ອນມົນສະໝຳ່ສະເໝີ (ຈະໄດ້ 16 ກ້ອນ) ຫຼັງຈາກນັ້ນໃຊ້ອົ້ງມືຂົ່ມງ່ອຍໆເຮັດເປັນແຜ່ນ ເສັ້ນຜ່າສູນກາງ ປະມານ 5 cm (ກ່ອນປັ້ນໃຫ້ເອົາມືຈຸບນຳ້ ເພື່ອບໍ່ໃຫ້ຕິດ ວາງແຜ່ນໃສ່ຖາດ ບໍ່ໃຫ້ຕິດກັນ ເກັບໄວ້ໃນຕູ້ເຢັນ 1 ຊົ່ວໂມງ ເວລາຈືນຈື່ງບໍ່ແຕກ).
  3. ຈືນໃສ່ນຳ້ມັນທີ່ຮ້ອນ ປີ້ນໃຫ້ແຕ່ລະເບື້ອງເຫຼືອງ ແລະ ທາງໃນສຸກດີ ນຳໄປຢອງໃສ່ເຈ້ຍຊຸບມັນ. ເສີບກັບປ່ຽງໝາກນາວ ແລະ ນຳ້ແຈ່ວ ຄວນຮັບປະທານຕອນຮ້ອນໆ.