- kinzapzap - http://www.kinzapzap.com -

ຄັບແຊນວິດ

ເຄື່ອງປະກອບ

1.       ເຂົ້າໜົມປັງ 5 ແຜ່ນ

2.       ຊອດໝາກເລັ່ນ 1/2 ແກ້ວ

3.      ຜັກສະລັດ 1 ມັດ

4.       ໝາກແຕງ 1 ໜ່ວຍ

5.       ໝາກເລັ່ນ  1ໜ່ວຍ

6.       ຜັກບົ່ວໃຫຍ່ 1 ຫົວ

7.       ມາຍອງແນັດ ຫລື ເບີ 1 ຖ້ວຍນ້ອຍ

8.      ໄຂ່ 1 ໜ່ວຍ

9.       ໂຟມາ 1 ແຜ່ນ

10.     ສຳບົ້ງ 1 ແຜ່ນ ໝູແຮມ

11.     ຊີ້ນໄກ່ (ຖ້າມັກ)

 

ການກະກຽມ

ຜັກສະລັດ, ໝາກແຕງ, ໝາກເລັ່ນ, ຫອມບົ່ວໃຫຍ່, ລ້າງນຳ້ໃຫ້ສະອາດ ຊອຍບາງໆ, ໄຂ່ຕີໃຫ້ແຕກ ນຳໄປຈືນຕັດເປັນຕ່ອນປະມານເທົ່າຕ່ອນເຂົ້າໜົມປັງ, ຊີ້ນໄກ່ຕົ້ມໃຫ້ສຸກ ທຸບໃຫ້ແຕກ, ສຳບົ້ງລວກໃຫ້ສຸກປະໄວ້, ເຂົ້າໜົມປັງຄ້າງໄຟໃຫ້ແຂງ.

ວິທີປຸງ ຄັບແຊນວິດ

ນຳມາຍອງແນັດມາທາໃສ່ເຂົ້າຈີ່ ເອົາຜັກສະລັດ, ໝາກແຕງ, ຫອມບົ່ວໃຫຍ່, ໝາກເລັ່ນ, ສຳບົ້ງ ວາງລົງໜ້າເຂົ້າໜົມປັງ ວາງທັບຕດ້ວຍໄຂ່ ແລ້ວນຳເຂົ້າໜົມປັງມາວາງທັບອີກ ວາງລົງດ້ວຍໂຟມາ, ໝາກແຕງ, ໝາກເລັ່ນ, ຫອມບົ່ວໃຫຍ່, ຜັກສະລັດ, ເຂົ້າໜົມ ຕັດເຄິ່ງສະຫລຽງ ເສີບພ້ອມກັບມັນຝຣັ່ງ ແລະ ຊອດໝາກເລັ່ນ.

ຄັບແຊນວິດ

ຄັບແຊນວິດ