ພິມ ພິມ

ຂຽບໝູບໍ່ມີມັນ

0
ຂຽບໝູບໍ່ມີມັນ

ຂຽບໝູບໍ່ມີມັນ

ສ່ວນປະກອບ:

  • ໜັງໝູແຜ່ນຫຼັງ(ຖ້າໃຊ້ສ່ວນອື່ນຈະແຂງຫຼືອ່ອນໂພດ) 10 ກກ
  • ເກຶອ 100 ກລາມ(1ຂີດ)
  • ນຳ້ປາ 10 ກລາມ
  • ນຳ້ມັນສຳລັບຈືນ

ວິທີເຮັດ ຂຽບໝູບໍ່ມີມັນ

  1. ລ້າງໜັງໝູແລ້ວນຳມາຕົ້ມນຳ້ຖ້ວມໜັງ, ເຮັດໄຟກາງ ຕົ້ມໃຫ້ສຸກປະມານເຄິ່ງຊ່ວຍໂມງ ໜັງໝູຈະມີລັກສະນະໄສ ຕັກຂoeນມາຂູດຂົນແລະລ້າງອອກໃຫ້ໝົດ.
  2. ເອົາມາຊອຍເປັນຕອນສີ່ຫຼ່ຽມນ້ອຍ, ໃຫຍ່ແລ້ວແຕ່ຄວາມມັກ ແຕ່μ່າຊອຍຕ່ອນໃຫຍ່ຫຼາຍ ເພາະເວລາຈືນມັນກໍ່ຈະແຜ່ອອກເປັນຕ່ອນໃຫຍ່, ຊອຍຕ່ອນລະປະມານ 2 ນິ້ວ ຫຼືຊອຍຕ່ອນນ້ອຍກວ່ານັ້ນໄດ້ຍິ່ງດີ ເວລາຈືນແລ້ວຈະເກັບໃສ່ຖົງໄດ້ງ່າຍ.
  3. ໜັງໝູທີ່ຊອຍແລ້ວນຳມາເອືອບກັບເຄື່ອງປຸງເຊັ່ນ: ເກຶອ 100 ກລາມ ແລະນຳ້ປາ 10 ກລາມ ຄັ້ນໃຫ້ເຂົ້າກັນແລ້ວປະໄວ້ໃຫ້ເຄື່ອງປຸງເຂົ້າໜັງໃຫ້ເຄື່ອງປຸງເຂົ້າໜັງໝູປະມານເຄິ່ງຊົ່ວໂມງ.
  4. ເອົາໜັງໝູທີ່ເອືອບແລ້ວມາໃສ່ເຂິງລວດທີ່ສາມາດເອົາເຂົ້າຕູ້ອົບໄດ້ໂດຍວາງໜັງໝູໄວ້ຂ້າງນອກໄວ້ຂ້າງເທິງເອີ້ນວ່າຄ້ວມ ເອົາດ້ານທີ່ຕິດມັນໝູໄວ້ຂ້າງລຸ່ມເອີ້ນວ່າຫງ່າຍໄວ້ ມັນໝູຈະຂັງμູ່ໃນໜັງໝູເຮັດໃຫ້ເວລາຈືນບໍ່ໃຫຍ່ອອກ.
  5. ຈາກນັ້ນເອົາໄປເຂົ້າຕູ້ອົບ 100 ໍc ປະມານ 5-6 ຊົ່ວໂມງ ໃຫ້ໜັງໝູແຫ້ງຈົນແຂງເລີຍຫາກບໍ່ມີຕູ້ອົບຄວາມຮ້ອນກໍ່ໃຫ້ເອົາໄປຕາກແດດ ຫາກແດດກ້າກໍ່ຕາກ 2ມື້ ໃຫ້ແຫ້ງແຂງຄືກັນແຕ່ການຕາກແດດແລະເຂົ້າຕູ້ອົບມີຂໍ້ແຕກຕ່າງກັນຄື: ຫາກໜັງໝູຕາກແດດເວລາຈືນຈະໄດ້ຂຽບໝູທີ່ກອບແຕ່ແຂງ, ຫາກເຂົ້າຕູ້ອົບຈະໄດ້ຂຽບໝູທີ່ກອບເວລາກິນພັດນຸ້ມ.
  6. ເມື່ອໄດ້ໜັງໝູຕາກແດດຫຼືໜັງໝູອົບແລ້ວ ກໍ່ເລີ້ມຕົ້ມນຳ້ມັນ.
  7. ຕັກໜັງໝູທີ່ອົບແລ້ວໃສ່ລົງໃນໝໍ້ຂາງ ໃສ່ນຳ້ມັນໝູໃຫ້ຖ້ວມ ໃຊ້ໄຟອ່ອນ ຕົ້ມປະມານ 45 ນາທີ ຄົນໄປມາ ຕົ້ມຈົນໜັງໝູຟອງຂື້ນມາເປັນຈຸດμູ່ເທິງໜັງໝູ ແລ້ວໜັງໝູຈະຟູຂື້ນມາໃຊ້ອັນຕອງຕັກຂື້ນມາປະໄວ້ ໃສ່ເຂິງໃຫ້ສະເດັດນຳ້ມັນຈົນໜັງໝູໝົດ ແລ້ວປະໜັງໝູໄວ້ໃຫ້ເມັນ ປະມານ 3 ຊົ່ວໂມງ.
  8. ຕຽມນຳ້ມັນໃສ່ໝໍ້ຂາງເຄິ່ງໝໍ້ ນຳ້ມັນທີ່ເອົາໃສ່ຕ້ອງເປັນນຳ້ມັນໃໝ່ ບໍ່ເອົານຳ້ມັນທີ່ຕົ້ມໜັງໝູ ນຳ້ມັນທີ່ໃຊ້ຕົ້ມນັ້ນສາມາດກັບໄວ້ຕົ້ມໄດ້ອີກຈົນກວ່ານຳ້ມັນຈະໜຽວຂຸ້ນ ມີສີດຳຈຶ່ງປ່ຽນ, ສ່ວນນຳ້ມັນທີ່ຈືນນັ້ນຈະຕ້ອງໃຊ້ 2-3 ເທື່ອ ເຮົາກໍ່ຕ້ອງປ່ຽນໃໝ່.ຄັນບໍ່ປ່ຽນຈະເຮັດໃຫ້ຂຽບໝູທີ່ຈືນອອກມານັ້ນສີດຳ.
  9. ນຳ້ມັນໝູຈືນ ເອົາຕ່ອນນຳ້ມັນໝູເພາະລາຄາຖືກຊoeບໍ່ແພງ ແຕ່ກັບໄວ້ 5-7 ມຶ້ ກໍ່ມີກິ່ນຂິວ,ຖ້າເອົານຳ້ມັນພຶດ ຈະສາມາດເກັບໄວ້ໄດ້ 10 ມື້.
  10. ເອົາໝໍ້ຂາງຄ້າງໃສ່ໄຟ. ໃຫ້ນຳ້ມັນຈົນຮ້ອນແຮງຈົນຄັວນຂoeນ ເອົາໜັງໝູລົງໄປ 1ຕ່ອນທົດລອງເບິ່ງວ່າຮ້ອນແຮງບໍ່, ຖ້າຫາກວ່າໜັງໝູຟູຂື້ນມາສະແດງວ່າໃຊ້ໄດ້.
  11. ເອົາໜັງໝູໃສ່ໝໍ້ຂາງເທື່ອລະ 1ກຳມື ແລ້ວໃຊ້ບ່ວງຄົນກັບໄປກັບມາ, ຖ້າໜັງໝູສ່ວນໃດສ່ວນໜຶ່ງຫາກບໍ່ຖືກນຳ້ມັນ, ມັນຈະແຂງ, ເມື່ອໜັງໝູໄຂ່ແລະຟູໝົດແລ້ວເມັນ 15 ນາທີ ກໍ່ເອົາໃສ່ຖົງໄວ້ໂລດ, ຖ້າປະໄວ້ 1 ຊົ່ວໂມງ ຂຽບໝູຈະໜຽວບໍ່ແຊບຕາມສູດນີ້ຈະໄດ້ຂຽບໝູ 4,5 ກກ.
ແຊຣ.