ພິມ ພິມ

ຂົ້ວຜັດຂີງ

0

ເຄື່ອງປະກອບ

ໄກ່ 0.5 ກິໂລ

ຂິງ 1 ຫົວ

ກະລົດ 2 ຫົວ

ສະນາລີ 1 ມັດ

ໝາກເຜັດຫວານ 3 ໜ່ວຍ

ຜັກບົ່ວແຫ້ງ 5 ຫົວ

ຜັກທຽມແຫ້ງ 5 ຫົວ

ນຳ້ມັນຫອຍ 3 ບ່ວງແກງ

ແປ້ງສາລີ 1 ບ່ວງແກງ

ເກືອ 1 ບ່ວງຊາ

ນ້ຳມັນພືດ 3 ບ່ວງແກງ

ພິກໄທ 1 ບ່ວງຊາ

ແປ້ງນົວ 1 ບ່ວງຊາ

ນ້ຳຕານ 1 ບ່ວງຊາ

ນ້ຳປາ 1/2 ບ່ວງແກງ

ຜັກບົ່ວໃຫຍ່ 2 ຫົວ

ການກະກຽມ

ຂົ້ວເຜັດຂີງ

ຂົ້ວເຜັດຂີງ

ໄກ່ຄົວລ້າງນຳ້ໃຫ້ສະອາດຕັດເປັນຕ່ອນນ້ອຍພໍດີ, ຂີງປອກເປືອກອອກແຊ່ນຳ້ປະໄວ້, ຫົວຜັກບົ່ວໃຫຍ່ ປອກກາບອອກ ລ້າງນຳ້ໃຫ້ສະອາດຊອຍເປັນຕອນພໍດີ, ກະລົດ ປອກເປືອກອອກ ລ້າງນຳ້ໃຫ້ສະອາດ ແກະເປັນ ດອກໄມ້ຊອຍເປັນຕ່ອນພໍດີ, ແປ້ງສາລີກອຍໃສ່ນຳ້ປະໄວ້, ສະນາລີລ້າງນຳ້ໃຫ້ສະອາດຊອຍເປັນຕ່ອນພໍດີ, ໝາກເປັດຫວານຊອຍເປັນຕ່ອນພໍດີ, ຜັກບົ່ວຜັກທຽມແຫ້ງສັບເປັນຕ່ອນໃຫ້ມຸ່ນ.

ວິທີປຸງ

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ, ເອົາຜັກບົ່ວຜັກທຽມທີ່ກຽມໄວ້ນັ້ນ ລົງຂົ້ວໃຫ້ຫອມເຫລືອງ ເອົາຊີ້ນໄກ່ ລົງຂົ້ວໃຫ້ສຸກພ້ອມດ້ວຍຂີງ, ເກືອ, ພິກໄທ. ນຳ້ປາ, ແປ້ງນົວ, ນຳ້ຕານ, ນຳ້ມັນຫອຍ ແລ້ວໃສ່ກະລົດ, ໝາກເຜັດ ຫວານ, ຜັກບົ່ວໃຫຍ່, ແປ້ງສາລີ ແລ້ວປຸງລົດພໍດີ ກ່ອນຈະປົງໂຮຍດ້ວຍສະນາລີ.

ແຊຣ.