ພິມ ພິມ

ຂົ້ວສົ້ມຫວານ

0

ເຄື່ອງປະກອບ

ຊີ້ນໝູ 2 ຂີດ

ເຄື່ອງໃນໄກ່ 2 ຂີດ

ໝາກແຕງ 2 ໜ່ວຍ

ໝາກເລ່ນ 5 ໜ່ວນໃຫຍ່

ໝາກເຜັດໃຫຍ່ 5 ໜ່ວຍ

ເຫັດເຟືອງ 2 ຂີດ

ຜັກບົ່ວສົດ 1 ມັດ

ຜັກທຽມແຫ້ງ 5 ຫົວ

ສະນາລີ 1 ມັດ

ຫອມປ້ອມ 1 ມັດ

ຫົວຜັກບົ່ວ 1 ຫົວໃຫຍ່

ໝາກນັດຊອຍເປັນຕ່ອນນ້ອຍ

ເກືອ 1/2 ບ່ວງຊາ

ນຳ້ຕານ 2 ບ່ວງແກງ

ແປ້ງນົວ 1/2 ບ່ວງຊາ

ນຳ້ມັນຫອຍ 3 ບ່ວງແກງ

ນຳ້ມັນພືດ 3 ບ່ວງແກງ

ພິກໄທ 1 ບ່ວງຊາ

ແປ້ງສິງກະໂປ 1 ບ່ວງແກງ ຫລື ແປ້ງສາລີ

ນຳ້ປາ 1 ບ່ວງແກງ, ນຳ້ສະອິວ 1 ບ່ວງແກງ

ໜໍ່ໄມ້ 3 ໜໍ່

ການກະກຽມ

ຂົ້ວສົ້ມຫວານ

ຂົ້ວສົ້ມຫວານ

ຊີ້ນລ້າງນຳ້ໃຫ້ສະອາດຊອຍເປັນຕ່ອນບາງໆພໍສົມຄວນ, ເຄືອ່ງໃນໄກ່ລ້າງນຳ້ໃຫ້ສະອາດຊອຍເປັນຕ່ອນ ພໍດີ, ໜໍ່ໄມ້ຕົ້ມໃຫ້ຈືດ ແກະສະລັກຊອຍເປັນຕ່ອນໃຫຍ່ສົມຄວນ, ໝາກແຕງປອກເປືອກອອກລ້າງໃຫ້ສະອາດ ຊອຍເປັນຕ່ອນຍາວພໍດີແລ້ວເອົາແກ່ນອອກ, ໝາກເລ່ນ, ຜັກບົ່ວໃຫຍ່, ໝາກເຜັດໃຫຍ່ຫວານ, ເຫັດເຟືອງລ້າງ ນຳ້ໃຫ້ສະອາດຊອຍເປັນຕ່ອນໃຫ້ພໍດີ, ຜັກບົ່ວສົດ, ສະນາລີ, ຫອມປ້ອມ ລ້າງນຳ້ໃຫ້ສະອາດ ຊອຍເປັນຕ່ອນ ພໍດີງາມ, ຜັກບົ່ວຜັກທຽມແຫ້ງ ແກະກາບອອກ ຊອຍງາມບາງໆ, ປ້ງສາລີ ຫລື ບາຊິນາກ້ອຍໃສ່ນຳ້ປະໄວ້, ພິກໄທ ຕຳໃຫ້ແຫລກ.

ວິທີປຸງ

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ, ເອົາຜັກບົ່ວແຫ້ງ, ຜັກທຽມແຫ້ງ ລົງຈືນໃຫ້ເຫລືອງຫອມ ເອົາເຄື່ອງ ໃນໄກ່, ຊີ້ນໝູ, ເກືອ, ນຳ້ສະອິ້ວ, ນຳ້ຕານ, ແປ້ງນົວ, ນຳ້ມັນ, ນຳ້ມັນຫອຍ, ພິກໄທ ລົງຂົ້ວໃຫ້ສຸກເທົ່າກັນ ໃຊ້ໄຟແຮງ, ເອົາໜໍ່ໄມ້, ເຫັດເຟືອງ, ໝາກແຕງ, ໝາກເຜັດໃຫຍ່ຫວານ, ຜັກບົ່ວໃຫຍ່, ໝາກເລ່ນ ຂົ້ວໃຫ້ເຂົ້າກັນ ກະໃຫ້ເຄື່ອງທຸກຢ່າງສຸກ ປຸງລົດໃຫ້ພໍດີ, ເອົາໝາກນັດລົງ, ເອົາແປ້ງທີ່ກອຍລົງ, ຫອມບົ່ວສົດຕາມດ້ວຍ ສະນາລີປົງລົງ ຕັກໃສ່ຈານ ແລ້ວເອົາຫອມປ້ອມໂຮຍໃສ່ໜ້າ.

 

ແຊຣ.