- kinzapzap - http://www.kinzapzap.com -

ຂົ້ວປາມຶກ

ຂົ້ວປາມຶກ

ຂົ້ວປາມຶກ

ເຄື່ອງປະກອບ

ວິທີປຸງ ຂົ້ວປາມຶກ

ປາມຶກລ້າງນຳ້ໃຫ້ສະອາດ ຕັດເປັນຕ່ອນພໍດີ ແລ້ວ ເອົາມິກປາດໄຂ່ວກັນບໍ່ໃຫ້ຂາດ, ຜັກບົ່ວໃຫຍ່ຊອຍເປັນຕ່ອນພໍດີ, ຜັກທຽມແຫ້ງແກະກາບອອກທູບໃຫ້ແຕກພໍດີ, ໝາກເຜັດຫວານ, ໝາກເລັ່ນ, ເຊີເນີລີ ລ້າງນຳ້ໃຫ້ສະອາດ ຊອຍເປັນຕ່ອນພໍດີ.

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາຜັກທຽມລົງຈືນໃຫ້ເຫຼືອງຫອມ ແລ້ວ ເອົາປາມຶກລົງຂົ້ວພ້ອມດ້ວຍຜັກທີ່ຕຽມໄວ້ນັ້ນ, ໃສ່ເກືອ, ນຳ້ປາ, ນຳ້ສະອິ້ວ, ພິກໄທ, ນຳ້ມັນຫອຍຄົນໃຫ້ເຂົ້າກັນ, ກ່ອນຈະປົງລົງເອົາເຊີເນີລີລົງໃສ່ ຮັບປະທານຮ້ອນໆ.