ພິມ ພິມ

ຂົ້ວປາມຶກ

0
ຂົ້ວປາມຶກ

ຂົ້ວປາມຶກ

ເຄື່ອງປະກອບ

  • ປາມຶກ: ½ ກິໂລ
  • ຫົວຜັກບົ່ວໃຫຍ່: 1 ຫົວ
  • ໝາກເຜັດຫວານ: 2 ໜ່ວຍ
  • ຫົວຜັກທຽມແຫ້ງ: 1 ຫົວ
  • ໝາກເລັ່ນ: 2 ໜ່ວຍ
  • ເຊີເນີລີ: 2 ຕົ້ນ
  • ນຳ້ມັນຫອຍ: 2 ບ່ວງແກງ
  • ເກືອ: ½ ບ່ວງຊາ
  • ນຳ້ປາ: 1 ບ່ວງຊາ
  • ນຳ້ສະອິ້ວ: 1 ບ່ວງແກງ
  • ແປ້ງມັນ: 1 ບ່ວງແກງ
  • ພິກໄທ: ½ ບ່ວງຊາ
  • ນຳ້ມັນພືດ: ½ ຖ້ວຍນ້ອຍ

ວິທີປຸງ ຂົ້ວປາມຶກ

ປາມຶກລ້າງນຳ້ໃຫ້ສະອາດ ຕັດເປັນຕ່ອນພໍດີ ແລ້ວ ເອົາມິກປາດໄຂ່ວກັນບໍ່ໃຫ້ຂາດ, ຜັກບົ່ວໃຫຍ່ຊອຍເປັນຕ່ອນພໍດີ, ຜັກທຽມແຫ້ງແກະກາບອອກທູບໃຫ້ແຕກພໍດີ, ໝາກເຜັດຫວານ, ໝາກເລັ່ນ, ເຊີເນີລີ ລ້າງນຳ້ໃຫ້ສະອາດ ຊອຍເປັນຕ່ອນພໍດີ.

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາຜັກທຽມລົງຈືນໃຫ້ເຫຼືອງຫອມ ແລ້ວ ເອົາປາມຶກລົງຂົ້ວພ້ອມດ້ວຍຜັກທີ່ຕຽມໄວ້ນັ້ນ, ໃສ່ເກືອ, ນຳ້ປາ, ນຳ້ສະອິ້ວ, ພິກໄທ, ນຳ້ມັນຫອຍຄົນໃຫ້ເຂົ້າກັນ, ກ່ອນຈະປົງລົງເອົາເຊີເນີລີລົງໃສ່ ຮັບປະທານຮ້ອນໆ.

ແຊຣ.