ພິມ ພິມ

ຂະໜົມ​ໄຂ່​ນົກ​ກະທາ

0
ຂະໜົມ​ໄຂ່​ນົກ​ກະທາ

ຂະໜົມ​ໄຂ່​ນົກ​ກະທາ

ເຄື່ອງປະກອບ

  1. ມັນ​ດ້ານ​ສີ​ເຫຼືອງ 1 ກິ​ໂລ
  2. ນຳ້ຕານ 0,3 ກິ​ໂລ
  3. ເກືອ 1 ບ່ວງ​ຊາ
  4. ແປ້ງສາລີ 40 ກະລາ​ມ ຫຼື 1/2 ຖ້ວຍ​ຕວງ
  5. ​ແປ້ງສິງກະໂປ 300 ກະລາມ
  6. ໄຂ່ໄກ່ 1 ໜ່ວຍໃຊ້ແຕ່ 2 ບ່ວງແກງ
  7. ນຳ້ມັນສຳລັບຈືນ

ວິທີປຸງ

ນຳມັນດ້ານມາລ້າງໃຫ້ສະອາດ ໜຶ້ງໃຫ້ສຸກ ປະໄວ້ໃຫ້ເຢັນ ປອກເປືອກອອກ ນຳມາໃສ່ອ່າງຍີ ໃຫ້ມຸ່ນ ຫຼື ຕຳໃຫ້ລະອຽດ ເອົາເສັ້ນກາງອອກ ແລ້ວໃສ່ນຳ້ຕານຄົນໃຫ້ເຂົ້າກັບແປ້ງສິງກະໂປ ແລະ ແປ້ງສາລີ, ເກືອ, ຮອນແລ້ວໃສ່ໄຂ່ຕີໃຫ້ເຂົ້າກັນຕໍ່ໄປ ປະມານ 20 ນາທີ ເພື່ອໃຫ້ສ່ວນປະສົມທຸກຢ່າງ ເຂົ້າກັນດີ ຈຶ່ງນຳມາປັ້ນເປັນກ້ອນມົນໆ ນຳໄປຈືນໃນນຳ້ມັນທີ່ຮ້ອນ ຖ້າໄຟແຮງທາງໃນຈະບໍ່ສຸກ ຖ້າ ໄຟອ່ອນເກີນໄປເຂົ້າໜົມຈະແຕກ.

ແຊຣ.