ພິມ ພິມ

ຂະໝຸນ

0

ເຄື່ອງປະກອບ

ຂະໜຸນ

ຂະໜຸນ

  • ໝາກຖົ່ວຂຽວ: 0,5 ກິໂລ
  • ນຳ້ຕານ: 1,5 ກິໂລ
  • ໄຂ່ເປັດໃຈແຕ່ໄຂ່ແດງ: 10 ໜ່ວຍ
  • ກະທິໝາກພ້າວ: 0,5 ກິໂລ
  • ໝາກພ້າວກະຈາຂູດ: 1 ໜ່ວຍ
  • ໃບເຕີຍ: 3 ໃບ
  • ເກືອ: 1 ບ່ວງຊາ

ວິທີເຮັດ

ໝາກຖົ່ວມ່າປະມານ 3 ຊົ່ວໂມງ ໜຶ້ງໃຫ້ສຸກຕຳໃຫ້ແຫຼກ, ນຳຖົ່ວທີ່ຕຳແລ້ວມາປະສົມກັບນຳ້ ກະທິ, ໝາກພ້າວຂູດ, ເກືອ, ນຳ້ຕານ ແລ້ວນຳໄປກວນໃສ່ໄຟອ່ອນໆຈົນບໍ່ຕິດໝໍ້ ນຳອອກມາປະໄວ້ ໃຫ້ເຢັນແລ້ວປັ້ນ, ປັ້ນເປັນກ້ອນຂະໜາດເທົ່າຫົວໂປ້ມື, ຫຼັງຈາກນັ້ນນຳນ້ຳຕານມາຕົ້ມໃສ່ໄຟອ່ອນໆ ເຂົ້າໃສ່ກັບໃບເຕີຍ ຫຼັງຈາກນັ້ນນຳຖົ່ວທີ່ປັ້ນແລ້ວມາຈຸ່ມລົງໃນໄຂ່ແດງແລ້ວມາຈຸ່ມລົງໃນໄຂ່ແດງແລ້ວ ຢ່ອນລົງນຳ້ເຊື່ອມ ເມື່ອພໍຂຶ້ນສາມາດຕັກອອກເລີຍ ຮັບປະທານເປັນຂອງຫວານໄດ້.

ແຊຣ.