ພິມ ພິມ

ກ້ອຍໄກ່

0

ເຄື່ອງປະກອບ

ໄກ່ 1 ກິໂລ

ໝາກເຜັດຜົງ 1/2 ບ່ວງແກງ

ເຂົ້າຂົ້ວ 3 ບ່ວງແກງ

ຫົວສີໄຄ 2 ຫົວ

ໝາກນາວ 2 ໜ່ວຍໃຫຍ່

ໝາກເຜັດນ້ອຍດິບ 10 ໜ່ວຍ

ຄ່າອ່ອນ 1 ຫົວນ້ອຍ

ຜັກບົ່ວແຫ້ງຜັກທຽມແຫ້ງຢ່າງລະ 5 ຫົວ

ໝາກປີກ້ວຍທະນີ 1 ຫົວ

ປາແດກ 1/2 ຖ້ວຍນ້ອຍ

ນ້ຳປາ 1 ບ່ວງແກງ

ແປ້ງນົວ 1 ບ່ວງຊາ

ຫອມລາບ 1 ຖ້ວຍນ້ອຍ

ຜັກບົ່ວສົດ 1 ມັດ

ຫອມປ້ອມ 1 ມັດ

ໃບຂີຫູດ 5 ໃບ

ກ້ອຍໄກ່

ກ້ອຍໄກ່

ການກະກຽມ

ໄກ່ຄົວລ້າງນຳ້ໃຫ້ສະອາດ ລອກເອົາໜັງອອກ ລືບເອົາແຕ່ຊີ້ນ, ເຄື່ອງໃນໄກ້ ແລະ ໜັງໄກ່ມາຊອຍບາງໆ ແລ້ວເອົາໄປຂົ້ວໃສ່ນຳ້ມັນນ້ອຍໜື່ງ, ຫົວສີໄຄ, ຜັກບົ່ວແຫ້ງ, ຜັກທຽມແຫ້ງ, ຄ່າ ແລະ ໃບຂີ້ຫູດຊອຍບາງໆ ແລ້ວນຳໄປຈືນໃຫ້ເຫລືອງ, ໝາກປີຊອຍແລບໆ, ຜັກບົ່ວສົດ ຫອມປ້ອມລ້າງນຳ້ໃຫ້ສະອາດ ຊອຍປະໄວ້, ຫອມລາບເດັດເປັນໃບ

ວິທີປຸງ ກ້ອຍໄກ່

ຊີ້ນໄກ່ປິ້ງພໍສຸກ ຝັກໃຫ້ແຫລກ (ຫລື ຈະໃຊ້ຊີ້ນດິບດາດເອົາກໍ່ໄດ້) ແລ້ວເອົາມາຊາວໃສ່ເຄື່ອງໃນ, ໝາກນາວ, ໝາກປີ ຊາວໃຫ້ເຂົ້າກັນ, ໃສ່ເຂົ້າຂົ້ວ, ແປ້ງນົວ, ນຳ້ປາແດກ, ນຳ້ປາ ປຸງລົດໃຫ້ພໍດີ ແລ້ວເອົາເຄື່ອງ ຫອມ, ໝາກເຜັດຜົງ ຊິມໃຫ້ພໍດີ, ເວລາຕັກໃສ່ຈານໂຮຍດ້ວຍຫອມລາບ ແລະ ໃສ່ໝາກເຜັດແດງສຽບໃຫ້ງາມ.

ຜັກທີ່ກິນກັບກ້ອຍ

ໝາກແຕງ, ສະລັດ, ກະເດົາ, ໝາກເຂືອ ແລະ ອື່ນໆ.

ແຊຣ.