- kinzapzap - http://www.kinzapzap.com -

ກ້ອຍປາ

ເຄື່ອງປະກອບ

ປາທີ່ ເຮັດກ້ອຍໄດ້ແກ່ປານິນ, ປາຄໍ່koy pa

ຄ່າອ່ອນ, ໝາກເຜັດນ້ອຍແຫ້ງບົດ, ເຂົ້າຂົ້ວ

ໝາກປີ ຫລື ໝາກຖົ່ວ, ຫົວສີໄຄ, ຜັກບົວແຫ້ງ

ຫອມລາບ, ຜັກບົ່ວສົດ ແລະ ຫຫອມປ້ອມ, ປາແດກ

ໝາກນາວ, ເກືອ, ແປ້ງນົວ

* ຈຳນວນ

         ປາ 1 ໂລ

​         ຄ່າອ່ອນ 1 ຫົວນ້ອຍ

​         ໝາກເຜັດ 1/2 ບ່ວງແກງ

​         ເຂົ້າຂົ້ວ 3 ບ່ວງ

​         ໝາກປີ 1 ຫົວ

​         ຫົວສີໄຄ 1 ຫົວ

​         ບົດແຫ້ງ 5 ຫົວ

​         ຫອມລາບ 1 ຖ້ວຍນ້ອຍ

 

​         ບົວສົດ 1 ຖ້ວຍນ້ອຍ

​         ບົວສົດ 1 ມັດ

​         ຫອມປ້ອມ 1 ມັດ

​         ປາແດກ 1/2 ຖ້ວຍນ້ອຍ

​         ໝາກນາວ 3 ໜ່ວຍ

​         ເກືອ 1 ບ່ວງຊາ

​         ແປ້ງນົວ 1 ບ່ວງຊາ

ການກະກຽມ

ປາລ້າງນ້ຳໃຫ້ສະອາດ ລືບໜັງອອກເອົາແຕ່ຊີ້ນ ຊອຍເປັນຕ່ອນບາງໆປະໄວ້, ໝາກປີ, ຫົວສີໄຄ, ຄ່າອ່ອນ, ຫົວບົວແຫ້ງ ຊອຍແລບໆ, ຫົວບົ່ວ, ຫອມປ້ອມ ລ້ງນ້ຳໃຫ້ສະອາດຊອຍແລບໆ.

ວິທີປຸງ

ເອົາຊີ້ນປາຄັ້ນໃສ່ໝາກນາວ ແລ້ວເອົາໄປເອາະໃສ່ກັບນ້ຳປາແດກເພື່ອເປັນນ້ຳກ້ອຍໜັງປາ, ເອົາປາ, ໜັງປາ, ເຂົ້າຂົ້ວ, ເຜັດບົດ, ຫົວສີໄຄ, ຫົວບົ່ວແດງ, ຄ່າ, ໝາກປີ ຊາວໃຫ້ເຂົ້າກັນ ປຸງລົດໃຫ້ພໍດີ ແລ້ວຈິ່ງເອົາ ຫອມປ້ອມ, ຫອມບົວສົດ, ຫອມລາບ ຊາວໃຫ້ເຂົ້າກັນອີກເທື່ອໜຶ່ງ ຕັກໃສ່ຈານສຽບໝາກເຜັດດິບແດງ ໃສ່ພ້ອມ ຕົບແຕ່ງໃຫ້ສວຍງາມ.

* ຜັກກັບກ້ອຍປາ:

ໝາກແຕງ, ສະລັດ, ຜັກກາດຂິວ, ຜັກສະເມັກ ແລະ ອື່ນໆ.