- kinzapzap - http://www.kinzapzap.com -

ກ້ວຍອົບເນີຍ

ເຄື່ອງປະກອບ

  1. ກ້ວຍ​ອົບ​ເນີຍ

    ກ້ວຍ​ອົບ​ເນີຍ

    ກ້ວຍ​ດິບ​ຕຶ່ງໆ 4 ຫວີ

  2. ເນີຍ​ເຫຼືອງ ຫຼື ມັກ​ກະລິນ 0,3 Kg
  3. ນຳ້ຕານ 1 Kg
  4. ນຳ້ສະອາດ 1 L
  5. ນຳ້ມັນ​ສຳລັບ​ຈືນ

 ​ເຮັດ ກ້ວຍ​ອົບ​ເນີຍ ຂັ້ນ​ຕອນ​ທີ (1)

ປອກກ້ວຍ​ແຊ່​ນຳ້ ແລ້ວ​ເອົາ​ມີດ​ຊອຍ​ເປັນຮູບວົງມົນ​ຕາມ​ລວງ​ກ້ວາງ​ ແລ້ວ​ນຳ​ຂື້ນ​ໃຫ້​ສະ​ເດັດ ນຳ້ນຳ​​ໄປ​ຈືນ​ໃນໝໍ້ນຳ້ມັນ​ທີ່ຮ້ອນ ​ແລ້ວ​ຈືນ​ໃຫ້​ເຫ​ຼືອງກອບ, ຕັກ​ຂື້ນ​ປະ​ໄວ້​ສະ​ເດັດ​ນຳ້ມັນ.

ເຮັດກ້ວຍ​ອົບ​ເນີຍ ຂັ້ນ​ຕອນ​ທີ (2)

​ເອົາ​ນຳ້ປະສົມ​ກັບ​ນຳ້ຕານ ແລະ ​ເນີຍ​ນຳ​ຂື້ນ​ຂາງ​ໄຟ, ໃຫ້​ເນີຍແລະນຳ້ຕານ​ລະລາຍ​ ຫຼັງຈາ​ກ ນັ້ນ​ນຳ​ກ້ວຍທີ່​ຈືນ​ແລ້ວ​ລົງ​ແຊ່​ໃນ​ນຳ້ຕານ​ປະມານ 23 ນາທີ ຈາ​ກນັ້ນນຳ​ມາ​ຈືນ​ໃນ​ນຳ້ມັນທີ່ຮ້ອນພໍປະ ມານ (ຫ້າມ​ເຮັດ​ໄຟ​ແຮງ).