ພິມ ພິມ

ກ້ວຍເຊື່ອມ

0

ເຄື່ອງປະກອບ

ກ້ວຍເຊື່ອມ

ກ້ວຍເຊື່ອມ

ກ້ວຍນຳ້ສຸກເຫີ່ມ 3 ຫວີ

ໝາກພ້າວ 1 ໜ່ວຍໃຫຍ່

ນຳ້ຕານ 1 ກິໂລ

ເກືອ 1 ບ່ວງແກງ

ນຳ້ຕາມຈຳນວນຕ້ອງການ

ການກະກຽມ

ກ້ວຍປອກເປືອກອອກແຊ່ນ້ຳໃຫ້ຢາງອອກ ໝາກພ້າວຂູດປັ້ນເອົາແຕ່ນ້ຳຫົວກະທິ ໜື່ງຖ້ວຍນ້ອຍ ໃສ່ເກືອ ພ້ອມ.

ວິທີປຸງ ກ້ວຍເຊື່ອມ

ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດ ເອົາກ້ວຍລົງຕົ້ມໃຫ້ສຸກເປັນນຳ້ຕານລົງຕົ້ມໃຫ້ເປື່ອຍເຮັດໄຟອ່ອນ ຂ້ຽວຈົນກ້ວຍເປັນສີແດງ ແລະ ເປັນຢາງໝາກຕູມອ່ອນ ປົງລົງຕັກໃສ່ຖ້ວຍພ້ອມດ້ວຍນຳ້ຫົວກະທິ ຮັບປະທານ ເປັນຂອງຫວານໄດ້.

 

ແຊຣ.