- kinzapzap - http://www.kinzapzap.com -

ກູ້ງແຊ່ນຳ້ປາ

ເຄື່ອງປະກອບ

  1. ກຸ້ງກຸລາດຳ 1 ກິ​ໂລ
  2. ໝາກເຜັດນ້ອຍ 15-20 ໜ່ວຍ
  3. ຜັກທຽມ 3 ຫົວ
  4. ໝາກນາວ 5 ໜ່ວຍ
  5. ຫອມລາບຕາມຕ້ອງການ
    ກຸ້ງແຊ່ນຳ້ປາ

    ກຸ້ງແຊ່ນຳ້ປາ

  6. ບົວລະພາ 1 ມັດ
  7. ຫອມປ້ອມ 1 ມັດ
  8. ນຳ້ມັນ 1/2 ຖ້ວຍນ້ອຍ
  9. ແປ້ງນົວ 1 ບ່ວງຊາ
  10. ນຳ້ຕານ 1 ບ່ວງແກງ
  11. ຜັກກາດຂາວ 1 ຫົວນ້ອຍ

ການກະກຽມ

ກຸ້ງປອກເປືອກອອກລ້າງຫ້າງໄວ້ ຜ່າສັນຫຼັງເອົາເສັ້ນດຳອອກ ເອົາໝາກເຜັດ, ກະທຽມຕຳ ເຂົ້າກັນໃຫ້ລະອຽດ ໃສ່ນຳ້ຕານ, ແປ້ງນົວ, ນຳ້ໝາກນາວ, ນຳ້ປາ ປຸງລົດໃຫ້ພໍດີໃຫ້ອອກລົດສົ້ມຂຶ້ນ ໜ້າກະທຽມແກະກາບອອກແລ້ວຊອຍເປັນຕ່ອນພໍດີຄຳ ຫອມລາບ, ບົວລະພາ, ຫອມປ້ອມລ້າງນຳ້ ໃຫ້ສະອາດເດັດເປັນໃບ.

ວິທີປຸງກຸ້ງແຊ່ນຳ້ປາ

ເອົາກຸ້ງທີ່ແກະແລ້ວໃສ່ຖ້ວຍ, ນຳ້ປາ, ແປ້ງນົວ, ນຳ້ໝາກນາວ ຂົ້ວໃຫ້ເຂົ້າກັນມັກປະໄວ້ ປະ ມານ 10-15 ນາທີ ແລ້ວນຳມາຈັດໃສ່ຈານໃຫ້ງາມ ໂດຍມີບົວລະພາຮອງຈານ ແລ້ວເອົາກຸ້ງລຽນໃສ່ ຈົນໝົດກຸ້ງ ເອົາຜັກກະທຽມທີ່ຊອຍເປັນຕ່ອນຍອງເທິງ ພ້ອມດ້ວຍໝາກເຜັດດິບແດງ ກ່ອນຈະກິນ ເອົານຳ້ແຊ່ກຸ້ງຮວດພ້ອມດ້ວຍແຈ່ວສົ້ມ ຫຼື ຈັດເສີບພ້ອມກັນກໍ່ໄດ້ ຜັກທີ່ກິນກັບມີບົວລະພາ, ຫອມ ລາບ, ສະລັດແລະອື່ນໆ.

ໝາຍເຫດ: ກຸ້ງທີ່ນຳມາແຊ່ຕ້ອງເປັນກຸ້ງທີ່ສົດ.