ພິມ ພິມ

ກາລະເປົາ

0
ກາລະເປົາ

ກາລະເປົາ

ສ່ວນທີ່ 1

  • ແປ້ງສາລີ 7 ຂີດ
  • ເຊືອກໝັກ (yeast) 1 ½ ບ່ວງ
  • ນຳ້ 170 ml

ຮ່ອນແປ້ງດ້ວຍເຂິງຕາຖີ່ລົງໃນພາຊະນະເຄືອບ

ນຳເຊື້ອໝັກມາປະສົມກັບນຳ້ ຄົນໃຫ້ເຂົ້າກັນປ່ອຍໄວ້ 5 ນາທີ ຈາກນັ້ນນຳມາເທໃສ່ແປ້ງຄ່ອຍໆ ໃຊ້ມືນວດຈົນເຂົ້າກັນລະອຽດ ໃຊ້ເວລານວດປະມານ ຊົ່ວໂມງເຄິ່ງ – 2ຊົ່ວໂມງ ໂດຍອອກແຮງສະໝຳ່ສະເໝີໂດຍອຸ້ງມື ເມື່ອແປ້ງນຽນແລ້ວຈຶ່ງໃຊ້ແພຂາວບາງຈຸ່ມລົງບິດໃຫ້ແຫ້ງ ປົກປ່ອຍໄວ້ ເພຶ່ອໝັກໃຫ້ແປ້ງຟູ 2 ເທົ່າໃຊ້ເວລາໝັກ 2-3 ຊົ່ວໂມງ.

ສ່ວນທີ 2

  • ແປ້ງສາລີ 5 ຂີດ
  • 2 ຜົງຟູ 2 ບ່ວງ
  • ນົມສົດ 2,5 ອ່ອນ
  • ເນີຍຂາວ 100ກລາມ
  • ນຳ້ຕານຊາຍຂາວ 300 ກລາມ

ເມື່ອໝັກສ່ວນທີ່ 1 ໄດ້ແລ້ວຈຶ່ງເທນຳ້ຕານຊາຍລົງສ່ວນທີ່ 1 ນວດຈົນນຳ້ຕານລະລາຍເຂົ້າໄປໃນແປ້ງແລ້ວເທສ່ວນປະສົມທັງໝົດລົງໄປ (ຍົກເວັ້ນເນີຍຂາວ) ໃນສ່ວນທີ່ 1 ນວດໃຫ້ເຂົາກັນດີແລ້ວ ຈຶ່ງຕື່ມເນີຍຂາວນວດຕໍ່ໄປຈົນນຽນຖ້າແປ້ງແຫ້ງຈົນເກີນໄປໃຫ້ຄ່ອຍໆ ພົມນ້ຳອຸ່ນລົງໄປພໍເໝາະ ສາມາດນວດແປ້ງຕໍ່ໄປໄດ້ນວດຈົນແປ້ງຟູນຸ້ມມື ໃຊ້ເວລານວດປະມານ 10-15 ນາທີ ຄຸມແພຂາວບາງທີ່ຊຸບນຳ້ປິດແຫ້ງເອົາໄວ້ 20-30 ນາທີ ກໍ່ຈະໄດ້ກາລະເປົາທີ່ສົມບູນ.

ນຳກາລາເປົາມາປັ້ນເປັນກ້ອນກົມ ຂະໜາດຕາມແຕ່ຜູ້ປັ້ນກຳນົດ ແຜ່ແປ້ງທີ່ປັ້ນເທິງຝາມື ຫຼືເທິງພື້ນລຽບໃຫ້ເປັນວົງມົນ ນຳໃສ້ກາລາເປົາມາວາງເທິງແປ້ງທີ່ແຜ່ ແລ້ວຢິບສ່ວນຂອບຫໍ່ໃສ້ໃຫ້ໝົດໂດຍຮ່ວມຈັບມາບັນຈົບສ່ວນເທິງ ຖ້າຈະໃຫ້ງາມອາດຈະໃຊ້ໄຂ່ຕົ້ມມາຜ່າເປັນຕ່ອນນ້ອຍໆປະໄວ້ເທິງຍອດຂອງກາລາເປົາທີ່ຫໍ່ໃສ້ເພຶ່ອຄວາມງາມ (ກໍລະນີໃສ້ເຄັມ)ນຳກາລາເປົາທີ່ຫໍ່ໃສ້ແລ້ວວາງເທິງເຈ້ຍສະອາດເຊິ່ງຕັດເປັນຮູບສີ່ລ່ຽມ ລຽງໄວ້ໃນລັງ ແລ້ວໃຊ້ແພທີ່ຊຸບນ້ຳບິດແຫ້ງຄຸ້ມໄວ້ອີກ 20ນາທີຈຶ່ງນຳໄປໜoeງທີ່ຟົດ ຂະໜາດໄຟກາງ 10 ນາທີ ຈະໄດ້ກາລາເປົາຕາມຕ້ອງການ (ຫ້າມໜື້ງເວລານຳ້ຍັງບໍ່ຟົດ ເພາະຈະເຮັດໃຫ້ບໍ່ຟອງໂຕເທົ່າທີ່ຄວນເວລາກິນຈະກະດັນບໍ່ນຸ້ມ) ເມື່ອກາລາເປົາສຸກແລ້ວສາມາດເກັບໄວ້ໄດ້ດົນເປັນມoe ເວລາຈຳນ່າຍອາດຈະນຳມາອຸ່ນໃຫ້ຮ້ອນ.

ໃສ້ກາລາເປົາເຄັມ

ສ່ວນປະສົມ

      ຊີ້ນໝູ 1-2 ກກ
      ຮາກຜັກຫອມປ້ອມ 5 ຮາກ
      ຫອມບົ່ວ 3 ຕົ້ນ
      ແປ້ງເຂົ້າໂພດ 2 ບ່ວງ
      ນຳ້ປາ, ນຳ້ຕານ, ແປ້ງນົວ ພໍສົມຄວນ
      ຫົວຜັກທຽມ 7 ງີມ
      ຜັກຫອມປ້ອມ ຕົ້ນ
      ມັນແກວ 4ຫົວ
      ພິກໄທ 20 ເມັດ

ວິທີເຮັດ ໃສ້ກາລາເປົາເຄັມ

ພັກໝູໃຫ້ລະອຽດ ຕຳພິກໄທຫົວຜັກທຽມຮາກຜັກຫອມປ້ອມໃຫ້ລະອຽດ ຊອຍຫອມບົວເປັນຕ່ອນນ້ອຍໆ ຟັກມັນແກວໃຫ້ລະອຽດ ນຳຂອງດິບທັງໝົດມາປຸງລົດດ້ວຍນຳ້ປາ, ນຳ້ຕານ, ແປ້ງນົວ ປະສົມໃຫ້ທົ່ວປຸງລົດຫວານ, ນຳດ້ວຍເຄັມເລັກໜ້ອຍ ໃຊ້ໃສ້ດິບໆນີ້ໃສ່ກັບແປ້ງກາລາເປົາ ເວລາໜື້ງແລ້ວສີຂອງໄສ້ຈະແດງເລັກໜ້ອຍ.

ໃສ້ກາລາເປົາຫວານ

ສ່ວນປະສົມ

ຖົ່ວດຳຫຼືຖົ່ວຂຽວ, ຖົ່ວເຜືອກ, ຖົ່ວທອງ 8 ຂີດ

ນຳ້ຕານຊາຍ 1 ກກ

ໝາກພ້າວຂູດ 1 ກກ

ນຳ້ມັນໝູ 1/2 ຖ້ວຍ

ສານສົ້ມປົ່ນ 1ບ່ວງກາເຟ

ວິທີເຮັດ ໃສ້ກາລາເປົາຫວານ

ຖ້າເປັນຖົ່ວດຳຫຼືຖົ່ວຖົ່ວຂຽວ ແຊ່ນຳ້ 1 ຄືນ ເລືອກເອົາເມັດທີ່ເນົ່າຖິ້ມໄປ ແລ້ວນຳມາຕົ້ມໃຫ້ສຸກ ນຳມາຕຳຫຼືບົດໃຫ້ລະອຽດ ຊຶ່ງໃສ້ຫວານຈະໃຊ້μາງໃດμ່າງໜຶ່ງກໍ່ໄດ້ແລ້ວແຕ່ຜູ້ມັກ.

ນຳໝາກພ້າວມາຄັ້ນກະທິ ໃຫ້ມີລັກສະນະຂຸ້ນ (ບໍ່ຕ້ອງໃສ່ນຳ້ຫຼາຍ ) ເມື່ອໄດ້ກະທິແລ້ວນຳຂື້ນມາຄ້າງໄຟ ຂ້ຽວໃຫ້ຟົດໃສ່ສານສົ້ມລົງໄປກັນການຕິດກົ້ນໝໍ້ ແລ້ວຈຶ່ງນຳຖົ່ວທີ່ບົດແລ້ວລົງໄປກວນμູ່ສະເໝີ ຕື່ມນຳ້ຕານລົງໄປພໍນ້ຳໜຽວເກືອບແຫ້ງແລ້ວຈຶ່ງຕື່ມນຳ້ມັນໝູລົງໄປ ພໍແຫ້ງແລ້ວຍົກລົງ ໄດ້ໃສ້ຖົ່ວຫຼືໃສ້ຫວານຕາມຕ້ອງການ (ເຜືອກກໍ່ເຮັດໄດ້ເຊັ່ນດຽວກັນ).

ແຊຣ.