ພິມ ພິມ

ກະແລ້ມ ໝາກກ້ວຍ ຊ໋ອກໂກແລັດ

0
ກະແລ້ມ ໝາກກ້ວຍ ຊ໋ອກໂກແລັດ

ກະແລ້ມ ໝາກກ້ວຍ ຊ໋ອກໂກແລັດ

ເຄື່ອງປະກອບ : ສຳລັບ 6 ຄົນ

  • ໝາກກ້ວຍຫອມ : 3 ໜ່ວຍ
  • ເນີຍຈີດ (ເບີ) : 20 g
  • ຄຣີມແຫຼວ : 20 cl
  • ຊ໋ອກໂກແລັດດາໍ : 200 g

ການກະກຽມ ກະແລ້ມ ໝາກກ້ວຍ ຊ໋ອກໂກແລັດ :

  1. ປອກໝາກກ້ວຍ ຕັດເຄິ່ງທາງຂວາງ ແລ້ວເອົາໄມ້ສຽບໃສ່ ນຳໄປແຊ່ແຂງ 1 ຊົ່ວໂມງເຄິ່ງ
  2. ຕົ້ມຄຣີມໃສ່ໝໍ້ໃຫ້ຟົດ ແລ້ວເອົາຊ໋ອກໂກແລັດ ທີ່ຕັດເປັນຕ່ອນມຸ່ນ ຄົນໃສ່ຈົນເປື່ອຍ ແລ້ວຕາມດ້ວຍເນີຍ ຄົນໃຫ້ເປັນເນື້ອແຫຼວ
  3. ນຳໝາກກ້ວຍທີ່ແຊ່ແຂງ ມາຈຸ່ມໃສ່ ຊ໋ອກໂກແລັດ ແລ້ວເອົາໄປແຊ່ແຂງອີກ ປະມານ 30 ນາທີ ກ່ອນຮັບປະທານ
ແຊຣ.