ພິມ ພິມ

ກະແລ້ມໝາກແອັບປີ້ນ

0
ກະແລ້ມໝາກແອັບປີ້ນ

ກະແລ້ມໝາກແອັບປີ້ນ

ເຄື່ອງປະກອບ : ສຳລັບ 4 ຄົນ

  • ໝາກແອັບປີ້ນ ຕັດເປັນຕ່ອນ : 500 g
  • ໝາກນາວ : 2 ໜ່ວຍ
  • ນຳ້ຕານ : 300 g
  • ນຳ້ : 30 cl

ການກະກຽມ ກະແລ້ມໝາກແອັບປີ້ນ:

ໝາກແອັບປີ້ນບໍ່ຕ້ອງປອກເປືອກ ເອົາແກນ ແລະ ໄນອອກ ຊອຍເປັນປ່ຽງບາງ ບີບໝາກນາວໃສ່ ແລ້ວເອົາໄປແຊ່ແຂງຄືນໜື່ງ ມື້ຕໍ່ມາ ຕົ້ມນຳ້ໃສ່ນຳ້ຕານໃຫ້ເປັນນຳ້ເຊື້ອມ ປະໃຫ້ເຢັນ ຫຼັງຈາກນັ້ນເອົາໄປຖອກໃສ່ໝາກແອັບເປີ້ນ ນຳໄປປັ່ນໃຫ້ລະອຽດ ແລ້ວເອົາໄປແຊ່ແຂງ ຕັກເປັນກ້ອນໃສ່ຈອກພ້ອມເສີບ

ແຊຣ.