ພິມ ພິມ

ກະແລ້ມກະທິສົດ

0
ກະແລ້ມກະທິສົດ

ກະແລ້ມກະທິສົດ

ສ່ວນປະສົມດັ່ງນີ້

  • ໝາກພ້າວຂູດທີ່ບໍ່ຕິດກັບເປືອກໃນ 2 ກກ
  • ນຳ້ຕານຊາຍຂາວ 3 ຖ້ວຍເຄິ່ງ
  • ນຳ້ດອກມະລິ (ຫຼືນຳ້ລ້າ) 10ຖ້ວຍ.

ວິທີເຮັດ ກະແລ້ມກະທິສົດ

ຕົ້ມນຳ້ທີ່ແຊ່ດອກມະລິ (ຫຼືດອກໄມ້ສະນິດອື່ນໆທີ່ຫອມແລະບໍ່ມີພິດ) ທັງໝົດພໍຮ້ອນເລັກນ້ອຍ ເທລົງໃສ່ໝາກພ້າວຂູດ (ກ່ອນຂູດດ້ວຍເຄື່ອງໝາກພ້າວຕ້ອງປອກເປືອກໃນທີ່ດຳໆ ອອກເສຍກ່ອນ ຖ້າຂູດດ້ວຍມືກໍ່ຂູດເຖິງກະໂປະສີດຳ) ຄັ້ນກະທິໃຫ້ພໍປະມານ 15 ຖ້ວຍ ນຳມາຕອງດ້ວຍຜ້າຂາວບາງ ຕົ້ມນຳ້ໃຫ້ຟົດຕື່ມນຳ້ຕານຊາຍລົງໄປ ພໍນຳ້ຕານຊາຍລະລາຍໝົດຈຶ່ງຍົກລົງ ປ່ອຍໃຫ້ເμັນແລ້ວອາດຈະຕອງດ້ວຍຜ້າຂາວບາງອີກເທື່ອໜຶ່ງ ຈາກນັ້ນນຳໄປປັ່ນດ້ວຍເຄື່ອງປັ່ນ ຫຼືແຊ່ແຂງ.

ແຊຣ.