- kinzapzap - http://www.kinzapzap.com -

ກະເຜົາໄກ່

ເຄື່ອງປະກອບ

ຊີ້ນໄກ່: 500 gr
ໃບກະເຜົາ: 200 gr
ຫອມບົ່ວແດງ: 5 ຫົວ
ຜັກບົ່ວໃຫຍ່: 1 ຫົວ
ໝາກເພັດນ້ອຍ: 15-20 ໜ່ວຍ
ຊີອີວ: 3 ບ່ວງແກງ

ນຳ້ຕານ: 3 ບ່ວງແກງ
ຜັກທຽມ: 1 ຫົວ
ພິກໄທ: 1 ບ່ວງຊາ
ນຳ້ມັນພືດ: 3 ບ່ວງແກງ
ພິກເຜົາ: 3 ບ່ວງແກງ
ນຳ້ມັນຫອຍ: 3 ບ່ວງແກງ

ກະເຜົາໄກ່

ກະເຜົາໄກ່

ວິທີປຸງ ບ່ວງແກງ

ໄກ່ລ້າງນຳ້ໃຫ້ສະອາດ ລືບໜັງອອກ ຟັກໃຫ້ແຫຼກ. ຫອມບົ່ວແດງແກະກາບອອກຊອຍເປັນຕ່ອນບາງໆ. ຜັກບົ່ວໃຫຍ່ລ້າງແລ້ວຊອຍເປັນຕ່ອນຂົ້ວ ຕາມລວງຍາວ ໃບກະເຜົາລ້າງນຳ້ໃຫ້ສະອາດເດັດເປັນໃບປະໄວ້. ໝາກເພັດລ້າງແລ້ວຊອຍ ສະຫຼຽງ. ຜັກທຽມແກະກາບທຸບພໍແຕກ.

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາຜັກທຽມ, ໝາກເຜັດ, ພິກເຜົາລົງຂົ້ວໃສ່ພໍຫອມ ແລ້ວ ນຳຊີ້ນລົງຂົ້ວ ພອມດ້ວຍຫອມບົ່ວໃຫຍ່ ແລະ ເຄື່ອງປຸງຕ່າງໆ ແລະ ສຸດທ້າຍໃສ່ໃບກະເຜົາ ແລະພິກໄທ.