- kinzapzap - http://www.kinzapzap.com -

ກະລີປັນ

ເຄື່ອງປະກອບ

−       ແປ້ງ​ສາລີຮ້ອນ   3 ເທື່ອ      3 ຖ້ວຍ​ຈວາງ

−       ນຳ້ຕານ​ບົດ                        2 ບ່ວງ​ແກງ​

−       ເກືອບ​ປົນ                          1/2 ບ່ວງ​ຊາ

−      ນຳ້ມັນ​ທຳ​ມະ​ດາ                  9 ບ່ວງ​ແກງ

“ນອກ” ເອົາ​ສ່ວນ​ປະສົມ​ດັ່ງກ່າວ ປະສົມ​ໃຫ້​ເຂົ້າກັນ​ຈົນ​ນຽນ ຖ້າ​ແປ້ງ​​ແຂງ ຫຼື ແຫຼວສາມ​າດ ຕື່ມຫຼືຫຼຸດ​ນຳ້​ໄດ້​ ຈາກ​ນັ້ນ​ແບ່ງ​ອອກ​ເປັນສິ​ບກ້ອນປະ​ໄວ້.

ສ່ວນປະສົມແປ້ງໃນ

−       ແປ້ງ​ສາລີ 1 ຖ້ວຍ, ນຳ້ມັນ 4 ບ່ວງ​ແກງ

−       ໝວດສ່ວນ​ປະສົມ​ດັ່ງ​ກ່າວ​ໃຫ້​້​ເຂົ້າກັນ ​ແລ້ວ​ແບ່ງ​ອອກ​ເປັນ 10 ກ້ອນປະ​ໄວ້, ​ເອົາ​ແປ້ງ​ຊັ້ນ​ນອກ​ມາ​ແຜ່​ໄວ້ ແລ້ວ​ເອົາ​ແປ້ງ​ຊັ້ນ​ໃນ​ມາ​ວາງ​ລົງ​ແລ້ວ​ປັ້ນ​ເປັນກ້ອນຄື​ເກົ່າ ຫຼັງຈາກ​ນັ້ນ​ເອົາຜ້າ​ປົກ​ໄວ້.

ວິທີ​ເຮັດ​ເປັນໄສ້

ກະລີ​ປັບ

ກະລີ​ປັບ

−       ຊີ້​ນ​ໄກ່​ບົດ 0,3 ກິ​ໂລ

−       ມັນ​ຝຣັ່ງປອກ​ແລ້ວ​ຊອຍ​ເປັນ​ຕອນ​ສີ່ຫຼຽມ 0,3 ກິ​ໂລ

−       ຫົວຜັກ​ບົ່ວ​ຊອຍ​​ເປັນ​ຕ່ອນ​ສີ່ຫຼຽມນ້ອຍ 1 ຫົວ

−       ສະ​ອີ​ວຂາວ 1/2 ຖ້ວຍ, ກະລີ 1 ບ່ວງ​ຊາ

−       ນຳ້ຕານ 1/4 ຖ້ວຍ, ນຳ້ມັນ 2 ບ່ວງ​ແກງ

ວິທີ​ປຸງ​ໄສ້

​ເອົາ​ນຳ້ມັນ​ໃຊ້ໝໍ້ຄ້າງ​ໄຟ​ໃຫ້ຮ້ອນ​ໃສ່​ຊີ້ນ​ໄກ່ ແລະ ​ເຄື່ອງປຸງ​ທຸກ​ຢ່າງ​ພ້ອມ​ດ້ວຍ​ມັນ​ຝຣັ່ງປຸງ​ລົດ​ໃຫ້​ເຂັ້ມ​ຂຸນ​ເລັກໜ້ອຍຂົ້ວ​​ໄປ​ຈົນ​ແຫ້ງ​ປະ​ໄວ້​ເປັນ​ໄສ້.

ວິທີ​ປັ້ນ​ກະລີ​ປັບ

​ເອົາ​ແປ້ງ​ທີ່​ປັ້ນ​ມາ​ກິ້ງ​ໃຫ້​ເປັນ​ວົງມົນ​ ແລ້ວ​ລອກ​ເຂົ້າ​ນຳ​ມາ​ກິ້ງ​ຄື​ເກົ່າ ​ແລ້ວ​ພັບ​ເປັນ​ລວງຂວາງ​ເຮັດຄື​ເກົ່າ​ປະ​ມານ 3 ເທື່ອ​ ຈາກ​ນັ້ນນຳມາຕັດ 2-3 ທ່ອນ ເພື່ອເປັນໂຕເຂົ້າໜົມ ຈາກນັ້ນນຳ​ມາ​ໃສ່​ໄສ້​ແລ້ວ​ພັບ ​ນຳ​ປ​ໄປ​ຈືນ​ໃນໝໍ້ນຳ້ມັນຮ້ອນ.