- kinzapzap - http://www.kinzapzap.com -

ກະດູກໝູປ້ຽວຫວານ

ເຄື່ອງປະກອບ ສຳລັບ 6 ຄົນ

ກະດູກໝູປ້ຽວຫວານ

ກະດູກໝູປ້ຽວຫວານ

ວິທີປຸງ ກະດູກໝູປ້ຽວຫວານ

ກະດູກໝູ ລ້າງນຳ້ໃຫ້ສະອາດ ຕັດເປັນຕ່ອນພໍດີ, ມາກເຜັດໃຫຍ່ຫວານຊອຍເປັນຕ່ອນສະຫຼຽງຫົວຫົວຜັກບົ່ວໃຫຍ່, ໝາກເລັ່ນ ຕັດເປັນຕ່ອນພໍດີ, ແປ້ງກອຍໃສ່ນຳ້ປະໄວ້.

ເອົາກະດູກໝູ, ນຳ້ສະອິ້ວ, ພິກໄທ, ນຳ້ຕານ, ເກືອ, ແປ້ງສາລີ, ເຫຼົ້າ ຄົນໃຫ້ເຂົ້າກັນ ໝັກໄວ້ 2-3 ຊົ່ວໂມງ, ເອົານຳ້ມັນໃສ່ໝໍ໊ຄ້າງໄຟໃຫ້ຮ້ອນ ເອົາກະດູກທີ່ໝັກໄວ້ລົງຈືນໃຫ້ສຸກເຫຼືອງ ຕັກອອກໃຫ້ສະເດັດນຳ້ມັນ ຈັດໃສ່ຈານໃຫ້ງາມປະໄວ້, ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ໃສ່ໝາກເຜັດ, ໝາກເລັ່ນ, ຫົວຜັກບົ່ວໃຫຍ່, ຂິງ ຂົ້ວພໍສຸກໃສ່ ketchup ເອົາແປ້ງໃສ່ຄົນໃຫ້ຂຸ້ນ ປຸງລົດດ້ວຍເກືອ, ພິກໄທ ຕັກລາດໜ້າກະດູກໝູທີ່ຕຽມໄວ້.