ພິມ ພິມ

ກະດູກຂ້າງປ້ຽວຫວານ

0

ເຄື່ອງປະກອບ

  1. ກະດູກໝູອ່ອນ 1 ໂລ
  2. ສະອິ້ວຂາວ 1 ບ່ວງແກງ
  3. ພິກໄທ 1 ບ່ວງຊາ
  4. ນຳ້ຕານ 2 ບ່ວງແກງ
  5. ເກືອ 1 ບ່ວງຊາ
  6. ແປ້ງນົວ 1 ບ່ວງຊາ
  7. ແປ້ງສາລີ 3 ບ່ວງແກງ
  8. ເຫລົ້າ 2 ບ່ວງແກງ
  9. ນຳ້ 1 ຖ້ວຍນ້ອຍ
  10. ໝາກເຜັດໃຫຍ່ຫວານ 8 ໜ່ວຍ
  11. ໝາກນັດຕັດເປັນຕ່ອນ 1 ຖ້ວຍນ້ອຍ
  12. ຜັກບົ່ວໃຫຍ່ 1 ຫົວ
  13. ຂິງດອງຊອຍແລ້ວ 1/2 ຖ້ວຍນ້ອຍ
  14. ໝາກເລັ່ນໃຫຍ່ 3 ໜ່ວຍ
  15. ນຳ້ມັນ 1 ຖ້ວຍນ້ອຍ
  16. ຊອດໝາກເລັ່ນ 1 ຖ້ວຍນ້ອຍ
  17. ນຳ້ມັນສຳລັບທອດ 1 ຕຸກ

ການກະກຽມ

ກະດູກໝູລ້າງນຳ້ໃຫ້ສະອາດຕັດເປັນຕ່ອນພໍດີ, ໝາກເຜັດໃຫຍ່ຫວານຊອຍເປັນຕ່ອນສະຫລຽງ, ຜັກບົ່ວໃຫຍ່ຕັດເປັນຕ່ອນ, ພໍດີ, ໝາກເລັ່ນຊອຍເປັນຕ່ອນພໍດີ, ເອົາແປ້ງກອຍໃສ່ນຳ້ປະໄວ້.

ວິທີປຸງ ກະດູກຂ້າງປ້ຽວຫວານ

ເອົາກະດູກ, ສະອິ້ວ, ພິກໄທ, ນຳ້ຕານ, ເກືອ ແປ້ງນົວ, ແປ້ງສາລີ 2 ບ່ວງແກງ, ເຫລົ້າຄົນໃຫ້ເຂົ້າກັນ ໝັກໄວ້ພໍປະມານ, ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາກະດູກໝູທີ່ໝັກໄວ້ລົງຈືນໃຫ້ເຫລືອງ ແລ້ວຕັກອອກ ໃຫ້ສະເດັດນຳ້ມັນ ຈັດໃສ່ຈານປະໄວ້.

ເອົານຳ້ມັນໃສ່ໝໍ້ ຄ້າງໄຟໃຫ້ຮ້ອນ ໃສ່ໝາກເລັ່ນ, ໝາກເຜັດ, ຜັກບົ່ວໃຫຍ່ ແລະ ຂີງດອງ ຂົ້ວພໍສຸກ ໃສ່ຊອດ ຊິມລົດໃຫ້ປ້ຽວຫວານ ແລ້ວເອົາແປ້ງຖອກໃສ່ ຂົ້ວຈົນຊອດຂຸ້ນ ປຸງລົດດ້ວຍເກືອ, ພິກໄທ, ໝາກນັດ ແລ້ວຕັກລາດໜ້າກະດູກໝູທີ່ກຽມໄວ້ໃຫ້ງາມ

ກະດູກຂ້າງປ້ຽວຫວານ

ກະດູກຂ້າງປ້ຽວຫວານ

ແຊຣ.