- kinzapzap - http://www.kinzapzap.com -

ກລາຟູຕີ່ ໝາກມ່ວງ ກັບ ໝາກນັດ

ກລາຟູຕີ່ ໝາກມ່ວງ ກັບ ໝາກນັດ

ກລາຟູຕີ່ ໝາກມ່ວງ ກັບ ໝາກນັດ

ເຄື່ອງປະກອບ : ສຳລັບ 6 ຄົນ

 ວິທີເຮັດ ກລາຟູຕີ່ ໝາກມ່ວງ ກັບ ໝາກນັດ

  1. ໝາກມ່ວງປາດເປັນປ່ຽງຍາວ ແລະ ໝາກນັດເຮັດເປັນບ່ຽງມົນ ຕັດເຄີ່ງ
  2. ທາເນີຍໃສ່ຖາດອົບ (ໃຊ້ຖາດຂອບອ່າວສູງແດ່)
  3. ເອົາໝາກໄມ້ລຽນເປັນວົງມົນໃສ່ຖາດ ໃຫ້ຢາຍສະຫຼັບກັນ ລະຫວ່າງ ໝາກມ່ວງ ແລະ ໝາກນັດ
  4. ອຸ່ນເຕົາອົບ ປັບຄວາມຮ້ອນໃສ່ 180 ອົງສາ
  5. ປະສົມໄຂ່, ນຳ້ຕານ, ແປ້ງ ແລະ ນົມ ໃສ່ຖ້ວຍ ຄົນໃຫ້ເຂົ້າກັນ (ເພື່ອປະຢັດເວລາສາມາດໃຊ້ເຄື່ອງປັ່ນ)
  6. ຖອກເຄື່ອງປະສົມນີ້ໃສ່ຖາດໝາກໄມ້ທີ່ກຽມໄວ້ ແລ້ວເອົາເຂົ້າເຕົາອົບ 45 ນາທີ
  7. ໃກ້ຈະສຸກ ໂຮຍນຳ້ຕານວານີລາ ແລະ ໝາກໄມ້ທີ່ເຫຼືອ ຢາຍໃສ່ຈັກໜ້ອຍໜື່ງ ເພື່ອແຕ່ງໃຫ້ສວຍງາມ
  8. ຮັບປະທານຕອນເຢັນ