ເຄື່ອງປະກອບ

ຊູບເຫັດ
- ເຫັດສົດ ຫລື ເຫັດກະປ໋ອງ 1/4 ຖ້ວຍນ້ອຍ
- ນຳຕົ້ມກະດູກ 2 ຖ້ວຍນ້ອຍ
- ແປ້ງສາລີ 3 ບ່ວງແກງ
- ເກືອ 1/2 ບ່ວງຊາ
- ພິກໄທ 1/4 ບ່ວງຊາ
- ນົມສົດ 3 ບ່ວງແກງ
- ໃບຟີລິບ 2 ໃບ
ວິທີປຸງ ຊູບເຫັດ
ກອຍແປ້ງສາລີໃສ່ນຳ້ຕົ້ມກະດູກປະໄວ້ ຫລື ຈະຂົ້ວ, ແປ້ງຜົງໃສ່ເບີເສຍກ່ອນກໍ່ໄດ້, ເຫັດຊອຍຝັກໃຫ້ ລະອຽດປະໄວ້ ຖ້າແມ່ນເຫັດກະປ໋ອງເຈາະເອົານ້ຳອອກ ແລະ ນຳມາຝັກຄືກັນ.
ເຫັດຂົ້ວໃສ່ເບີ້ 1 ບ່ວງແກງພໍຫອມ ຕັກອອກ ເອົາແປ້ງທີ່ຂົ້ວໄວ້ນັ້ນມາຕົ້ມໃສ່ກັບນຳ້ຕົ້ມກະດູກໝູ ໃສ່ເຫັດທີ່ຂົ້ວອີກເທື່ອໜຶ່ງ ປຸງດ້ວຍເກືອ, ພິກໄທ, ນົມສົດ ປົງລົງຕັກໃສ່ຖ້ວຍຊຸບທີ່ມີຈານຮອງ ເສີບກັບເຂົ້າໜົມ ປັງ ຫລື ເຂົ້າຈີ່.